ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈັດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ ເນື່ອງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ ຄົບຮອບ 114 ປີ


ສະຫາຍ ພັນ​ໂທ ນາງ ຄຳ​ປຸ່ງ ໄຊ​ທະລາ​ສີ ຮອງ​ຫົວໜ້າ​ການເມືອງ​ ສະ​ຖາ​ບັນ​ອະນາໄມກັນ​ພະຍາດ
ແລະ ສົ່ງເສີມ​ສຸຂະພາບ​ກອງທັບ ເປັນ​ປະທານ ໃນ​ວັນ​ທີ 6/3/2024 ຢູ່ທີ່ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ

     ໃນ​ວັນ​ທີ 6 ມີນາ 2024, ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ ກອງທັບ ໄດ້​ຈັດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ເປ​ຕັງ
ເນື່ອງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ ຄົບຮອບ 114 ປີ, ໂດຍ​ການ​ເປັນ​ປະທານ ​ຂອງ​ສະຫາຍ ພັນ​ໂທ ນາງ ຄຳ​ປຸ່ງ ໄຊ​ທະລາ​ສີ ຮອງ​ຫົວໜ້າ​ການ
ເມືອງ​ ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ ຂະແໜງ​ສະຫະພັນ​ແມ່ຍິງ ຕະຫຼອດ​
ຮອດສະມາຊິກ​ສະຫະພັນ​ແມ່ຍິງ ແລະ ຊາວ​ໜຸ່ມ ເຂົ້າ​ຮ່ວມ.

     ຂະ​ບວນ​ການ​ແຂ່ງຂັນ​ກິລາ​ເປ​ຕັງ​ໃນ​ຄັ້ງ​ນີ້, ມີ​ທັງ​ໝົດ 11 ທີມ​ນັກ​ກິລາ​ເຂົ້າ​ຮ່ວມ, ເຊິ່ງ​ຜົນ​ການ​ແຂ່ງຂັນທີມ​ຊະນະ​ເລີດ ໄດ້ແກ່​ ທີມ​ສະ
ຫະພັນ​ແມ່ຍິງ​ ໜ່ວຍ 6, ຮອງ​ຊະນະ​ເລີດ ທີມ​ຂະແໜງ​ຊາວ​ໜຸ່ມ ແລະ ທີ III ທີມ​ສະຫະ ພັນ​ແມ່ຍິງ​ໜ່ວຍ 4. ທັງ​ນີ້, ເພື່ອ​ແນໃສ່​ຊົມເຊີຍ
​ບັນດາ​ຜົນງານ​ດ້ານ​ຕ່າງໆ ທີ່​ສະມາຊິກ​ສະຫະພັນ​ແມ່ຍິງ ​ສ້າງ​​ໄດ້​ໃນ​ໄລຍະ​ຜ່ານ​ມາ, ທັງ​ເປັນ​ການ​ສ້າງ​ຂະ​ບວນ​ການ​ເບີກບານ​ມ່ວນຊື່ນ, ຮັດ
​ແໜ້ນ​ຄວາມ​ສາມັກຄີ​ຮັກແພງ​ເຊິ່ງ​ກັນ ແລະ ກັນ​ ລະຫວ່າງ ຄະນະ​ພັກ-ຄະນະ​ບັນຊາ, ​ສະມາຊິກສະຫະພັນ​ແມ່ຍິງ ແລະ ພະນັກງານ-ນັກ
ຮົບ​ໃນ​ກົມ​ກອງໃຫ້​ມີ​ຄວາມ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ.

ແຫຼ່ງທີ່ມາ: ອ້ອຍ​ພັນ ແພງ​ບຸນ​ມີ
ວັນທີ 14/03/2024